Monthly Archives: ເດືອນມັງກອນ 2012

ທ່ານອນຂອງຜູ້ຊາຍ ທວາຍນິດໄສບາງຢ່າງໄດ້


ທ່ານເຄີຍຮູ້ບໍ່ວ່າທ່ານອນຂອງຄົນເຮົາກໍ່ສາມາດບົ່ງບອກເຖິງນິດໄສໃຈຄໍໄດ້ເຊັ່ນກັນຖ້າໃຜຢາກຮູ້ວ່າທ່ານອນແບບໃດຈະເປັນຄົນລັກສະນະໃດນັ້ນ, ມື້ນີ້ມີ ຄຳທວາຍນິດໄສຂອງຜູ້ຊາຍ ທີ່ເບິ່ງຈາກທ່ານອນທີ່ນິຍົມໃຊ້ກັນເປັນປະຈຳເຊິ່ງຈະມີທ່າໃດແດ່ນັ້ນມາຮູ້ຈັກກັນເລີຍ.

ນອນກອດຕຸ໊ກຕາ: ເປັນຜູ້ຊາຍທີ່ມັກເຫງົາ, ເປັນຄົນໃຈນ້ອຍຫລາຍ ຕິດນິດໄສມັກໃຫ້ຄົນມາເອົາໃຈແຕ່ເປັນຄົນທີ່ມີຄວາມອ່ອນໂຍນເລື່ອງຂອງຄວາມຮັກຫລາຍ. Continue reading

Categories: ນານາສາລະ | ປ້າຍກຳກັບ | ໃຫ້ຄວາມເຫັນ

ລາວຖືກຈັດຢູ່ໃນ 10 ປະເທດ ທີ່ຈະມີການຂະຫຍາຍໂຕສູງ ໃນປີ 2012


ວາລະສານ The Economist ຈັດໃຫ້ລາວເປັນ 1 ໃນ 10 ປະເທດ ທີ່ຈະມີການເຕີບໂຕ ທາງດ້ານເສດຖະກິດສູງສຸດ ຂອງໂລກໃນຕະຫຼອດປີ 2012 ໂດຍຄາດໝາຍວ່າ ເສດຖະ ກິດຂອງລາວຈະຂະຫຍາຍໂຕ ປະມານ 7.9%.

The Economist ຊຶ່ງເປັນວາລະສານທາງດ້ານເສດຖະກິດລະດັບນໍາຂອງໂລກ ໄດ້ສະເໜີລາຍງານຄາດໝາຍການເຕີບໂຕທາງເສດຖະກິດຂອງໂລກ ປະຈໍາປີ 2012 ນີ້ວ່າ ປະເທດທີ່ຖືກຄາດໝາຍວ່າ ຈະມີອັດຕາການຂະຫຍາຍໂຕທາງເສດຖະກິດສູງສຸດໃນ 10 ອັນດັບຂອງໂລກ ຕະຫຼອດປີນີ້ ກໍຄືເຂດປົກຄອງພິເສດມ່າເກົ້າຂອງຈີນ ຊຶ່ງຄາດວ່າ ເສດຖະກິດຈະຂະຫຍາຍໂຕເພີ່ມຂຶ້ນເຖິງ 15% ເມື່ອທຽບກັບປີ 2011 ທີ່ຜ່ານມາ. Continue reading

Categories: ເສດຖະກິດລາວ | ປ້າຍກຳກັບ | ໃຫ້ຄວາມເຫັນ

ເດືອນເກີດບອກນິໄສ


ເດືອນມັງກອນ: ຄົນທີ່ເກີດໃນເດືອນນີ້ເປັນຄົນຄ່ອງແຄ້ວວ່ອງໄວ, ດຸຫມັ້ນໃນການເຮັດວຽກງານ, ມີໂຊກວາດສະຫນາ ຈະມີຄົນອຸປະຖຳຄໍ້າຊູ, ເປັນຄົນບໍ່ຖືຕົວ ເຂົ້າໄດ້ກັບທຸກໆຄົນ.

ເດືອນກຸມພາ: ຄົນທີ່ເກີດໃນເດືອນນີ້ເປັນຄົນງຽບຂຶມ, ບໍ່ມັກເຂົ້າສັງຄົມ, ເຊື່ອຄົນງ່າຍ, ຮັກໃຜຮັກຈິງ, ເຮັດທຸລະກິດການຄ້າຈະມີກຳໄລດີ,ຈະໄດ້ຄູ່ຄອງທີ່ມີຖານະ.

ເດືອນມີນາ:  ຄົນທີ່ເກີດໃນເດືອນນີ້ເປັນຄົນໃຈນ້ອຍ, ຄຽດງ່າຍເຊົາໄວ, ເຮັດໄດ້ທຸກຢ່າງ, ເປັນຄົນເວົ້າຈາມ່ວນອອນຊອນ, ເອົາໃຈເກັ່ງ, ເປັນຄົນມີບຸນວາດສະຫນາ,ຮັກໃຜຮັກຈິງ. Continue reading

Categories: ນານາສາລະ | ປ້າຍກຳກັບ | ໃຫ້ຄວາມເຫັນ

ເຮົາຮັກເຂົາເພາະຫຍັງ?


–    ການໃຊ້ຊີວິດຄົນດຽວມາເຫິງ…ມັນເຮັດໃຫ້ເກືອບລືມຄວາມຮູ້ສຶກບາງຢ່າງໄປ

–    ແຕ່ໃນລະດູຫນາວ…ມັນເຮັດໃຫ້ຮູ້ສຶກຕ່າງໆ

–    ຫົວໃຈເຕັ້ນບໍ່ເປັນຈັງຫວະ…ເຫິງປານໃດແລ້ວ, ທີ່ບໍ່ເຄີຍເປັນແບບນີ້ Continue reading

Categories: ຄວາມຮັກ | ປ້າຍກຳກັບ | ໃຫ້ຄວາມເຫັນ

25 ວິທີ ບຳລຸງຮັກສາຄວາມຮັກໃຫ້ຍືນຍົງຍາວນານ


ຄວາມຮັກເຮັດໃຫ້ຊີວິດມີຄວາມສຸກ ໃຜມີຄວາມຮັກ ແລະ ໄດ້ຮັບຄວາມຮັກຕອບຍ່ອມເປັນຄວາມສຸກຂອງຊີວິດ ໃນທາງກົງກັນຂ້າມ ຫາກຄວາມຮັກທີ່ເຄີຍສ້າງຄວາມສຸກ ກາຍມາເປັນຫມົດຮັກຊີວິດຍ່ອມເປັນທຸກ ສະນັ້ນຄວາມຮັກທີ່ທ່ານມີຈຶ່ງຕ້ອງດູແລເປັນຢ່າງດີ ເພື່ອຄວາມຮັກນັ້ນຈະບໍ່ຈາກໄປດັ່ງ25 ວິທີຕໍ່ໄປນີ້:

1. ຢ່າອາຍທີ່ຈະບອກຮັກ

2. ຈົດຈຳລາຍລະອຽດຂອງອີກຝ່າຍເຊັ່ນ: ມັກກິນຫຍັງ, ມັກຟັງເພງແບບໃດ, ມັກເຮັດກິດຈະກໍາປະເພດໃດ ແລ້ວກໍເຮັດກິດຈະກໍານັ້ນຮ່ວມກັນ Continue reading

Categories: ຄວາມຮັກ | ປ້າຍກຳກັບ | ໃຫ້ຄວາມເຫັນ

ຫມວດເລືອດບອກນິໄສ


ຫມວດເລືອດA: ເປັນຄົນດື້ງຽບ, ເຊື່ອຫມັ້ນໃນຕົວເອງ,ບໍ່ມັກຜິດຖຽງກັບໃຜ ເພາະເຊື່ອວ່າຄວາມຄິດຂອງຕົນເອງຖືກສະເຫມີ, ເປັນຄົນເອົາໃຈເກັ່ງ ແລະ ມັກຕາມໃຈຄົນອື່ນ, ເປັນຄົນທີ່ຮັກແທ້ ໂດຍສະເພາະຖ້າຮັກໃຜແລ້ວຈະທຸ່ມເທທັງສີ່ຫ້ອງຫົວໃຈເລີຍ. Continue reading

Categories: ນານາສາລະ | ປ້າຍກຳກັບ | ໃຫ້ຄວາມເຫັນ

Blog at WordPress.com.