ການເຂົ້າເປັນສະມາຊິກ WTO ຂອງ ສປປ ລາວ ມີຫລາຍອັນຕ້ອງສືບຕໍ່ແກ້ໄຂ

ການເຈລະຈາເຂົ້າເປັນສະ ມາຊິກອົງການການຄ້າໂລກ (TWO) ຂອງ ສປປ ລາວ ພວມກ້າວເຂົ້າສູ່ຮ່າງບົດລາຍ ງານຂັ້ນຕອນເຈລະຈາ (ຂັ້ນ ຕອນສຸດທ້າຍ), ເຈົ້າຫນ້າທີ່ ການຄ້າຂອງລາວເບິ່ງ ວ່າປີນີ້ ລາວອາດບໍ່ທັນໄດ້ເຂົ້າເປັນສະ ມາຊິກ, ເນື່ອງຈາກວ່າມີຫລາຍ ອັນຄົງຄ້າງຍັງຕ້ອງສືບຕໍ່ແກ້ໄຂ.
ປະເທດໃດຫນຶ່ງກ່ອນຈະໄດ້ ເຂົ້າເປັນສະມາຊິກອົງການການຄ້າໂລກ, ຕ້ອງຜ່ານການເຈລະຈາ ຫລາຍລົບ, ຫລາຍຕ່າວ ແລະ ໃຊ້ເວລາຍຶດຍາວກ່ອນຈະໄດ້ເຂົ້າເປັນສະມາຊິກ, ເນື່ອງຈາກວ່າອົງ ການການຄ້າໂລກບັງຄັບ ໃຫ້ປະເທດທີ່ຈະເຂົ້າເປັນສະມາ ຊິກຕ້ອງປັບປຸງຕົນເອງສ້າງ ເງື່ອນໄຂໃຫ້ສອດຄ່ອງກັບລະ ບຽບຂອງອົງການການຄ້າໂລກ ຕົ້ນຕໍແມ່ນດ້ານນິຕິກຳ, ເຊິ່ງກໍລະນີຂອງ ລາວໄດ້ສະເຫນີຂໍເປັນ ສະມາຊິກມາແຕ່ປີ 1997 ແລະ ຕ້ອງຜ່ານການເຈລະຈາຫລາຍ ຫລົບຫລາຍຕ່າວຈົນມາຮອດປະ ຈຸບັນໃຊ້ເວລາດົນເກືອບ 15 ປີ ຍັງບໍ່ທັນໄດ້ເຂົ້າເປັນສະມາຊິກອົງການ ການຄ້າໂລກທັງໆທີ່ລັດຖະບານມີຄວາມເອົາໃຈໃສ່ຢ່າງທີ່ສຸດຫວັງຈະໄດ້ເຂົ້າເປັນສະມາຊິກສົມບູນໃນປີ 2010 ແຕ່ກໍ່ຍືດຍາວມາຮອດປີ 2012 ຍັງບໍ່ສາມາດໄດ້ເຂົ້າເປັນສະມາຊິກ.
ເຈົ້າຫນ້າທີ່ການຄ້າ, ກົມນະໂຍບາຍການຄ້າຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ວິເຄາະວ່າ: ການເຈລະຈາເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ບໍ່ບັນລຸຕາມ ແຜນ ເນື່ອງຈາກວ່າການປັບປຸງພາຍໃນເປັນຕົ້ນນິຕິກຳຫລາຍສະບັບທີ່ຕິດພັນກັບວຽກການເຊື່ອມໂຍງບາງສະບັບຍັງບໍ່ທັນສອດຄ່ອງ ແລະ ກວມອັດຕາສ່ວນໃຫຍ່ແມ່ນປັບປຸງສຳເລັດ, ເຮັດໃຫ້ ສປປ ລາວ ກ້າວເຂົ້າສູ່ຮ່າງບົດລາຍງານຂອງການເຈລະນາ (ໄລຍະສຸດທ້າຍ) ທັງໃນກອບສອງຝ່າຍ ແລະ ຫລາຍຝ່າຍ, ແຕ່ຖາມວ່າປີນີ້ ລາວຈະໄດ້ເຂົ້າເປັນສະມາຊິກ ຫລື ບໍ່, ບໍ່ສາມາດຕອບໄດ້, ເນື່ອງ ຈາກຍັງມີຫລາຍອັນທີ່ຕ້ອງໄດ້ສືບຕໍ່ປັບປຸງກົດຫມາຍທີ່ມີແລ້ວ ມີບາງມາດຕາມີເນື້ອໃນຂັດກັບລະບຽບອົງການການຄ້າໂລກ, ການສ້າງກົດຫມາຍ…ເພື່ອປົກ ປ້ອງຜະລິດຕະພັນພາຍໃນ.
ທ່ານ ດຣ. ນາມ ວິຍະເກດ ລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າລາຍ ງານເມື່ອບໍ່ດົນນີ້ວ່າ: ການເຈລະ ຈາເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ໃນຂອບຫລາຍຝ່າຍ ແລະ ສອງ ຝ່າຍມີຄວາມຄືບຫນ້າດີ, ປະຈຸ ບັນຖືວ່າເດີນທາງມາຮອດໄລ ຍະສຸດທ້າຍ, ການປັບປຸງສ້າງນິ ຕິກຳໃຫ້ສອດຄ່ອງກັບລະບຽບ ຂອງ TWO, ສຳເລັດແລ້ວກວມອັດ ຕາສ່ວນໃຫຍ່ເປັນຕົ້ນ: ກົດຫມາຍວ່າດ້ວຍການສົ່ງເສີມ ການລົງທຶນ, ພາສີ, ການນຳ ເຂົ້າ- ສົ່ງອອກ, ກົດຫມາຍວ່າ ດ້ວຍອາຫານ, ກົດຫມາຍອາ ກອນມູນຄ່າເພີ່ມກົດຫມາຍວິສາ ຫະກິດ, ກົດ ຫມາຍຊັບສິນທາງ ປັນຍາ, ກົດຫມາຍມາດຕະຖານ, ກົດຫມາຍວ່າດ້ວຍການປະມົງ, ກົດຫມາຍປົກປ້ອງຜູ້ຊົມໃຊ້, ກົດ ຫມາຍສະຖິຕິ ແລະ ກົດຫມາຍ ອື່ນໆທີ່ຕິດພັນກັບການຄ້າສາ ກົນ.
ຢ່າງໃດກໍ່ຕາມ ຍັງມີບາງນິຕິກຳ, ບາງຫນ້າວຽກເຊັ່ນວຽກງານຊັບສິນທາງປັນຍາ, ວຽກງານສຸຂະນາໄມ ແລະ ອະນາໄມພືດ, ກົດຫມາຍກະສິກຳ, ດຳລັດວ່າດ້ວຍການກວດກາສັດ, ຜະລິດຕະ ພັນສັດ, ສິນຄ້າກ່ຽວກັບສັດທີ່ນຳເຂົ້າ ແລະ ຂົນສົ່ງຜ່ານ ປະເທດລາວ, ກົດຫມາຍວ່າດ້ວຍ ການວັດແທກ, ດຳລັດວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ, ກົດຫມາຍວ່າດ້ວຍໂທ ລະຄົມ…ທີ່ປັບປຸງບໍ່ທັນສຳເລັດອັນເຮັດໃຫ້ການເຂົ້າເປັນສະມາຊິກອົງການການຄ້າໂລກຂອງ ສປປ ລາວ ບໍ່ທັນຕາມແຜນ.

Categories: ເສດຖະກິດລາວ | ປ້າຍກຳກັບ | 9 ຄວາມເຫັນ

​ເລື່ອງ​ນຳ​ທາງ

9 thoughts on “ການເຂົ້າເປັນສະມາຊິກ WTO ຂອງ ສປປ ລາວ ມີຫລາຍອັນຕ້ອງສືບຕໍ່ແກ້ໄຂ

  1. ຂອບໃຈເດີ ທີເອົາມາໃຫ້ອ່ານ ຖ້າສາມາດໃສ່ແຫຼ່ງທີມາຂອງຂໍ້ມູນແລ້ວຈະຖືວ່າ ສົມບູນທີສຸດ ເນາະ ນ້ອງອຳພົນ

  2. arn bor aokk…laiy ta

  3. DO

    WTO ໝາຍເຖິງຫຍັງ ? ບອກແນ່ໄດ້ບໍ່ ແລະມັນກ່ຽວກັບ ອາຊຽນ ບໍ່?

  4. ອ້າຍໆເອື້ອຍໆຂໍຄວາມຄິເຫັນນຳແນ່ເດີ້ ຢາກຮູ້

    • WTO ໝາຍເຖິງຫຍັງ?ກ່ຽວກັບ ສ ປ ປ ລາວ ແນວໃດ? ແລະກ່ຽວຂ້ອງກັບ ອາຊຽນບໍ່ ຂໍໃຫ້ ອ້າຍໆເອື້ອຍໆທີ່ມີປະສົບປະການສູງ ຈົ່ງຊີ້ແນະນຳແນ່ ຢາກຮູ້

      • ກ່ອນອື່ນຂອບໃຈນ້ອງທີ່ໃຫ້ຄວາມສົນໃຈ ແລະ ໄດ້ຕັ້ງຄຳຖາມທີ່ດີ! ສຳລັບ WTO: World Trade Organization ເອີ້ນວ່າ “ອົງການການຄ້າໂລກ” (www.wto.org)ສຳລັບລາວເຮົາແມ່ນຍັງບໍ່ໄດ້ເປັນສະມາຊິກຂອງ WTO ເທື່ອ ເຊິ່ງກຳລັງຢູ່ໃນຂັ້ນຕອນການເຈລະຈາຢູ່ຄາດວ່າທ້າຍປິນີ້ຫຼືອາດຈະຕົ້ນປີໜ້າກໍເປັນໄດ້. WTO & ASEAN ​ແມ່ນ​ຕ່າງ​ກັນ​ບ່ອນ​ວ່າ: WTO ​ເປັນ​ອົງການ​ທີ່​ຕັ້ງ​ຂຶ້ນ​ມາ​ເພື່ອ​ເຮັດ​ໃຫ້​ປະ​ເທດ​ທີ່​ເປັນ​ສະມາຊິກ​ຢູ່​ທົ່ວ​ໂລກ​ເຮັດ​ການ​ຄ້າ​ຮ່ວມ​ກັນ​ຢ່າງ​ຍຸດຕິ​ທຳ ບໍ່​ວ່າ​ປະ​ເທດ​ໃດ​ກໍ​ສາມາດ​ເຂົ້າ​ເປັນ​ສະມາຊິກ​ໄດ້​ພາຍ​ໃຕ້​ເງື່ອນ​ໄຂ​ທາງ​ດ້ານ​ລະບຽບກົດໝາຍຕ່າງໆທີ່ WTO ​ໄດ້​ວາງ​ອອກ ​ແລະ ຖືກ​ຍອມຮັບ​ໂດຍ​ສະມາຊິກ WTO​. ສ່ວນ ASEAN ​ແມ່ນ​ເປັນພຽງ​ກຸ່ມ​ພາກ​ພື້ນ​ເສດຖະກິດໜຶ່ງທີ່​ຢູ່​ພາກ​ພື້ນ​ດຽວກັນ​, ສ້າງ​ຂຶ້ນ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ສ້າງ​ຄວາມ​ແຂງ​ແກ່ນ​ໃນ​ການ​ພັດທະນາ​ເສດຖະກິດ​ຮ່ວມ​ກັນ. ​ເຊິ່ງຈະ​ຈຳກັດ​ຂອບ​ເຂດ​ຂອງ​ສະມາ​ຊິກ​ໄດ້​ພຽງ​ໃນ​ພາກ​ພື້ນ​ດຽວກັນ​ເທົ່າ​ນັ້ນ.
        ຖ້າ​ນ້ອງ​ຢາກ​ຮູ້​ຫຍັງ​ເພີ່ມ​ເຕີມ​ກໍ​ສອບ​ຖາມ​ມາ​ໄດ້ ຫຼື ສົ່ງ​ມາ​ທາງ​ອີ​ເມ​ວກໍ​ໄດ້ amphonkeo@yahoo.com

  5. nec kon

    ມີຂັ້ນຕອນແນວໃດທີ່ຈະເຂົ້າເປັນສະມາຊິກWTO
    ຫັັ້ນບອກແດ່ເດີ້ທຸກຄົນ

Blog at WordPress.com.