ຫວຽດນາມ ມີ 100 ກວ່າໂຄງການລົງທຶນຢູ່ພາກກາງ-ພາກໃຕ້ ຢືນອັນດັບຫນຶ່ງຜູ້ລົງທຶນຢູ່ລາວ

ໃນສະພາບເສດຖະກິດທົ່ວໂລກມີຫລາຍບັນຫາທີ່ເກີດຂຶ້ນແຕ່ກະແສການລົງທຶນຂອງຫວຽດນາມນັບມື້ເພີ່ມຂຶ້ນ, ຢືນຢູ່ອັນດັບຫນຶ່ງປະເທດທີ່ມີ ມູນຄ່າການລົງທຶນສູງສຸດຢູ່ລາວ,ປະຈຸບັນລັດອະນຸມັດແລ້ວ 163 ໂຄງການມູນຄ່າການລົງທຶນບັນລຸ 3,17 ຕື້ໂດລາ,ຕົ້ນຕໍ່ແມ່ນລົງທຶນໃນຂົງເຂດອະ ສັງຫາລິມະຊັບ, ໄຟຟ້າ,ກະສິກຳ ແລະ ຂຸດຄົ້ນ.

ທ່ານປະທານສະມາຄົມທຸລະກິດຫວຽດນາມປະຈຳລາວກ່າວຕໍ່ກອງປະຊຸມເວທີສົ່ງເສີມການລົງທຶນຂອງຫວຽດນາມເຂົ້າສູ່ບັນດາແຂວງພາກກາງ-ພາກໃຕ້ຂອງລາວທີ່ຈັດຂຶ້ນ ຫວ່າງບໍ່ດົນນີ້ທີ່ໂຮງແຮມຈຳປາສັກແກຣນແຂວງຈຳປາສັກວ່າ: ການລົງທຶນຂອງສສຫວຽດນາມຢູ່ລາວເຫັນວ່າຍັງແຈກຢາຍບໍ່ສະຫມ່ຳສະເຫມີຕົ້ນຕໍແມ່ນເຕົ້າໂຮມຢູ່ 8 ແຂວງພາກ ກາງ-ພາກໃຕ້ຂອງລາວ,ປະຈຸບັນລັດຖະບານອະນຸມັດແລ້ວ 163 ໂຄງການກວມ 78% ຂອງໂຄງການລົງທຶນມີມູນຄ່າ 3,17 ຕື້ໂດລາສະຫະລັດກວມ 93,2% ຂອງຍອດການບົງ ທຶນຂອງ ສສ ຫວຽດນາມຢູ່ລາວ.  ການລົງທຶນຂອງສສຫວຽດນາມຢູ່ພາກກາງ-ພາກໃຕ້ຂອງລາວຕົ້ນຕໍແມ່ນເນັ້ນໃສ່ຂົງເຂດທີ່ມີທ່າແຮງບົ່ມຊ້ອນເປັນຕົ້ນອະສັງຫາລິມະຊັບ, ການບໍລິການສວນສະຫນຸກມີ 8 ໂຄງ ການລວມຍອດມູນຄ່າການລົງທຶນ 1,04 ຕື້ໂດລາສະຫະ ລັດກວມ 30,5%, ພະລັງງານໄຟຟ້າມີ 4 ໂຄງການມູນຄ່າ 921 ລ້ານໂດລາສະຫະລັດກວມ 27%, ກະສິກຳ-ປ່າໄມ້ມີ 33 ໂຄງການມູນຄ່າ 521 ລ້ານໂດລາກວມ 15,3%, ຂຸດຄົ້ນບໍ່ແຮ່ມີ 35 ໂຄງການຍອດມູນຄ່າການລົງທຶນ 340 ລ້ານໂດລາກວມ 10% ທີ່ແຈກຢາຍຕາມເຂດຕ່າງໆຄື: ນະຄອນຫລວງ ວຽງຈັນ, ສະຫວັນນະເຂດ, ອັດຕະປື ແລະ ແຂວງຈຳປາສັກ.

ທ່ານປະທານສະມາຄົມທຸລະກິດຫວຽດນາມກ່າວຕື່ມອີກວ່າ: ຖ້າແຍກຕາມພາກການລົງທຶນ ຂອງຫວຽດນາມພາກກາງມີສູງເຖິງ 113 ໂຄງການມີມູນຄ່າການລົງທຶນ 1,55 ຕື້ ໂດລາສະຫະ ລັດກວມ 54% ຂອງໂຄງການ ແລະ 45,5% ລວມຍອດມູນຄ່າການລົງທຶນຂອງສສຫວຽດນາມ ຢູ່ລາວຂົງເຂດທີ່ມີການລົງທຶນຫລາຍກວ່າຫມູ່ແມ່ນ: ອະສັງຫາລິມະ ຊັບ, ການບໍລິການ, ສວນສະຫນຸກມີຍອດມູນຄ່າການລົງທຶນ 1,04 ຕື້ໂດລາຮອງລົງມາແມ່ນກະສິກຳ-ປ່າໄມ້, ຂຸດຄົ້ນບໍ່ແຮ່.

ສ່ວນພາກໃຕ້ມີ 50 ໂຄງການມູນຄ່າການລົງທຶນ 1,62 ຕື້ໂດລາສະຫະລັດກວມ 24% ຂອງໂຄງການ ແລະ 47,6% ລວມຍອດມູນຄ່າການລົງທຶນຂອງ ສສ ຫວຽດນາມຢູ່ລາວ ຕົ້ນຕໍແມ່ນກະສິກຳ-ປ່າໄມ້, ຂຸດຄົ້ນ ແລະ ອຸດສາຫະກຳ.

ດ້ານລັດຖະບານ ສສ ຫວຽດນາມ ເປີດເຜີຍວ່າ: ລາວແມ່ນປະເທດຫນຶ່ງທີ່ນຳຫນ້າໃນບັນດາ 55 ປະເທດທີ່ມີການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຫວຽດນາມມາ ຮອດປະຈຸບັນມີ 207 ໂຄງການລົງທຶນຢູູ່ລາວມີທຶນຈົດທະບຽນ 3,4 ຕື້ໂດລາສະຫະລັດ, ທຶນສະເລ່ຍ 16,5 ຕື້ໂດລາສະຫະລັດຕໍ່ 1 ໂຄງການ, ຈັດຢູ່ອັນດັບສອງໃນວິສາຫະກິດ ຕ່າງປະເທດລົງທຶນຢູ່ລາວ.

ສຳລັບຂົງເຂດການເງິນທະນາຄານປະກັນໄພເຫັນວ່າມີຄວາມສຳຄັນສູງຕໍ່ສະພາບເສດຖະກິດຂອງລາວແລະເປັນການກະຕຸກຊຸກຍູ້ແກ່ການເຄື່ອນໄຫວລົງທຶນຢູ່ລາວຂອງ ຫວຽດນາມ, ບັນດາສະຖາບັນການເງິນທີ່ນຳຫນ້າຂອງຫວຽດນາມຢູ່ລາວມີຄວາມສົນໃຈ ແລະ ໄດ້ລົງທຶນໃສ່ຂົງເຂດນີ້9 ໂຄງການມູນຄ່າ 74 ລ້ານໂດລາສະຫະລັດ.

ການລິເລີ່ມເບື້ອງຕົ້ນລົງທຶນໃນຂົງເຂດນີ້ແມ່ນທະນາຄານແລະພັດທະນາຫວຽດນາມ ຫລື BID ໄດ້ສ້າງຕັ້ງທະນາຄານຮ່ວມພັດທະນາທຸລະກິດລາວ- ຫວຽດຂຶ້ນໃນປີ 1999 ມາຮອດປະຈຸບັນຜ່ານການເຄື່ອນໄຫວເປັນເວລາ 12 ປີເຫັນວ່າມູນຄ່າຍອດຊັບສິນເພີ່ມຂຶ້ນສູງກວ່າ 420 ລ້ານໂດລາສະຫະລັດ, ອັດຕາກຳໄລປະມານ 15% ແລະ ຍັງສືບຕໍ່ເພີ່ມ ຂຶ້ນໃນແຕ່ລະປີ.

ຂ່າວຈາກ ໜັງສືພິມເສດຖະກິດ-ສັງຄົມ

Categories: ເສດຖະກິດລາວ | ປ້າຍກຳກັບ | ໃຫ້ຄວາມເຫັນ

​ເລື່ອງ​ນຳ​ທາງ

ສະແດງຄຳຄິດເຫັນ

Blog at WordPress.com.