ມາຮູ້ນິໄສຈາກທ່າທາງຕອນເມົາເຫລົ້າກັນເທາະ!

ສິ່ງທີ່ສາມາດບອກເຖິງນິໄສແທ້ຈິງຂອງຄົນເຮົາໄດ້ນັ້ນມີຢູ່ຫລາຍເລື່ອງ ແລະ ຫນຶ່ງໃນນັ້ນກໍ່ ຄືກິລິຍາທ່າທາງຂອງຄົນທີ່ຕົກຢູ່ໃນພາວະມຶນເມົາ ໂດຍສະເພາະເມົາເຫລົ້າ ຊຶ່ງເປັນຊ່ວງເວລາທີ່ບໍ່ສາມາດຄວບຄຸມສະຕິຕົນເອງໄດ້ ບາງຄົນບໍ່ມັກປາກ ແຕ່ເມື່ອດື່ມເຫລົ້າເຂົ້າໄປແລ້ວເວົ້າບໍ່ຍອມຢຸດ ຍາມເມົາຂອງແຕ່ລະຄົນແຕກຕ່າງກັນໄປ ແຕ່ກໍ່ບອກໄດ້ເຖິງນິໄສແທ້ຈິງ.

ທ່ານລອງສັງເກດເບິ່ງວ່າຄົນໃກ້ຕົວມີພຶດຕິກຳດັ່ງຕໍ່ໄປນີ້ບໍເວລາເມົາເຫລົ້າ:

ເວົ້າຫລາຍ: ສໍາລັບຄົນທີ່ເມົາເຫລົ້າ ແລ້ວກາຍເປັນຄົນທີ່ເວົ້າເກັ່ງກວ່າປົກກະຕິນັ້ນສະແດງເຖິງນິໄສເປັນຄົນລ່າເລີງ, ມັກຄວາມສະຫນຸກສະຫນານ, ເບິ່ງໂລກໃນແງ່ດີ, ມັກຊີວິດທີ່ຫລູຫລາ ແລະ ການຢູ່ໃນວົງລ້ອມຂອງມິດສະຫາຍ. ແຕ່ໃນຂະນະດຽວກັນນັ້ນກໍ່ຈະເປັນຄົນທີ່ເຊື່ອຫມັ້ນໃນຄວາມສາມາດຂອງຕົນເອງ, ມັກເບິ່ງວ່າຄົນອື່ນບໍ່ເກັ່ງເທົ່າຕົນເອງ ຄິດວ່າຕົນເອງສະຫລາດ ສະນັ້ນຈຶ່ງມີຄົນຮັກ ແລະ ຄົນຊັງເທົ່າໆກັນ.

ງຽບຂຶມ: ຜູ້ທີ່ ປ່ຽນເປັນຄົນທີ່ງຽບຂຶມ ຫລັງຈາກດື່ມນໍ້າປ່ຽນນິໄສເຂົ້າໄປນັ້ນ ເປັນລັກສະນະນິໄສຂອງຄົນທີ່ຊ່າງຄິດ ແລະ ຄິດຫລາຍ, ເຂົ້າກັບຄົນອື່ນຍາກ, ມັກຫນີໄປຢູ່ໃນໂລກສ່ວນຕົວທີ່ຕົນສ້າງຂຶ້ນມາ ແລະ ບໍ່ມັກໃຫ້ໃຜເຂົ້າໄປວຸ້ນວາຍ ແທ້ຈິງແລ້ວເປັນຄົນຂີ້ເຫງົາ, ອ້າງວ້າງ ແຕ່ບໍ່ມັກສະແດງຄວາມຮູ້ສຶກອ່ອນແອຂອງຕົນອອກມາໃຫ້ຄົນອື່ນເຫັນ.

ຮ້ອງໄຫ້: ພື້ນຖານນິໄສທີ່ແທ້ຈິງນັ້ນເປັນຄົນອ່ອນແອຈິດໃຈອ່ອນໄຫວ, ຂີ້ໃຈນ້ອຍ, ສະເທືອນໃຈງ່າຍ ແຕ່ບໍ່ມັກສະແດງອອກ, ມັກເກັບເອົາໄວ້ງຽບໆຄົນດຽວ ຫນ້ອຍຄົນທີ່ຈະສັງເກດອອກ, ເປັນຄົນທີ່ຕ້ອງການໃຫ້ຄົນອື່ນສົນໃຈຕົວເອງ, ຕ້ອງການໃຫ້ຄົນອື່ນມາຮັກ, ຫ່ວງໄຍ, ເອົາໃຈໃສ່ ບາງຄັ້ງຈຶ່ງເຫມືອນເປັນຄົນເຈົ້າຊູ້ຄົບຫລາຍຄົນໄປເລື້ອຍໆແບບບໍ່ ຈິງຈັງ ແຕ່ຄວາມຈິງແລ້ວເປັນຄົນສະແຫວງຫາຮັກແທ້.

ຂີ້ດື້: ຄົນທີ່ເມື່ອດື່ມເຫລົ້າເຂົ້າໄປແລ້ວ ຈະມີອາການຂີ້ດື້ສະແດງອອກໄດ້ຊັດເຈນນັ້ນ ສະແດງເຖິງນິໄສທີ່ເປີດເຜີຍ, ມັກຄວາມສະຫນຸກສະຫນານ ໂດຍສະເພາະເລື່ອງຮັກໆໄຄ່ໆຈະໃຫ້ຄວາມສົນໃຈເປັນພິເສດເພາະມີພະລັງດ້ານນີ້ສູງ, ບໍ່ ມີຄວາມອາຍກ່ຽວກັບເລື່ອງເພດ ແລະ ຍັງສົນໃຈສາດກ່ຽວກັບເລື່ອງເພດສຳພັນ.ແຕ່ໃນຂະນະດຽວກັນກໍ່ຈະເປັນ ຄົນທີ່ມັກອິດສະລະ, ບໍ່ມັກໃຫ້ຄົນອື່ນມາ ຜູກມັດ ຫລື ຄອບຄອງຕົນ ເພາະເປັນຄົນເບື່ອງ່າຍ ແລະ ບໍ່ມັກການທີ່ຕ້ອງຢູ່ໃນລະບຽບ ຫລື ກົນເກນຂອງໃຜ.

ຫນ້າແດງ: ຄົນ ທີ່ເມົາເຫລົ້າແລ້ວມັກຫນ້າແດງ ເປັນຄົນທີ່ເກັບຄວາມຮູ້ສຶກບໍ່ເປັນ ຫລື ບໍ່ອາດເກັບຮັກສາຄວາມລັບໄດ້. ແຕ່ໃນຂະນະດຽວກັນຈະເປັນຄົນທີ່ບໍ່ມັກເປີດເຜີຍເລື່ອງຂອງຕົນ ເອງ, ເປັນຄົນທີ່ມັກມີບັນຫາເລື່ອງສຸຂະພາບ ຈຶ່ງເປັນຄົນຂ້ອນຂ້າງໃຫ້ຄວາມສຳຄັນກັບເລື່ອງການດູແລຕົນເອງເປັນພິເສດ, ມັກຈະມີຄວາມວິຕົກກັງວົນສູງກັບເລື່ອງຄວາມເຈັບປ່ວຍ, ມັກສະແຫວງຫາຄວາມຫມັ້ນຄົງໃນທຸກຮູບແບບໃຫ້ກັບຊີວິດຂອງຕົນ.

ໂວຍວາຍຫາເລື່ອງ: ຄົນທີ່ມັກໂວຍວາຍຫາເລື່ອງຄົນອື່ນເມື່ອເຫລົ້າເຂົ້າປາກນັ້ນ ສະແດງເຖິງນິໄສທີ່ເປັນຄົນອາລົມຮຸນແຮງ, ປຽນແປງງ່າຍ, ຈັກຫນ້ອຍດີຈັກຫນ້ອຍຮ້າຍ, ເປັນຄົນຄຽດງ່າຍຫາຍໄວ, ໃຈກວ້າງມັກມີເພື່ອນ

ຝູງຫລາຍ, ເປັນຄົນເວົ້າຈາບໍ່ຄ່ອຍຖືກຫູເພາະຄິດແນວໃດກໍ່ເວົ້າແນວນັ້ນ, ບໍ່ມັກວຽກທີ່ມີພິທີການຫລາຍ.

Categories: ນານາສາລະ | ປ້າຍກຳກັບ | ໃຫ້ຄວາມເຫັນ

​ເລື່ອງ​ນຳ​ທາງ

ສະແດງຄຳຄິດເຫັນ

Create a free website or blog at WordPress.com.