ເຂື່ອນໄຟຟ້ານ້ຳງື່ມ ໄດ້ຮັບໃບຢັ້ງຢືນການປົກປັກຮັກສາສິ່ງແວດລ້ອມ

ທ່ານ ໂຮ ຍຸນຊິນ ຕາງ­ໜ້າອົງ­ການຄຸ້ມຄອງດ້ານສິ່ງ­ແວ­ດລ້ອມສາ­ກົນ DAS ໄດ້ເປັນກຽດມອບໃບ­ຢັ້ງ­ຢືນການບໍ­ລິ­ຫານສິ່ງ­ແວ­ດລ້ອມຕາມມາດ­ຕະ­ຖານ ສາ­ກົນ ISO 1400:2004 EMS ໃຫ້ເຂື່ອນໄຟ­ຟ້ານ້ຳງື່ມ 1 ໂດຍແມ່ນທ່ານ ສີສະ­ຫວາດ ທີຣະວົງ ຜູ້­ອຳ­ນວຍ­ການໃຫຍ່ລັດວິສາຫະກິດໄຟ­ຟ້າລາວ ເປັນຜູ້ກ່າວຮັບ.

ພິ­ທີດັ່ງ­ກ່າວໄດ້ຈັດຂຶ້ນໃນວັນທີ 22 ກຸມ­ພາ 2012 ນີ້ ທີ່ສຳ­ນັກ­ງານໃຫຍ່ ລັດວິສາຫະກິດໄຟ­ຟ້າລາວ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳມະ­ນີ ອິນທິລາດ ລັດ­ຖະ­ມົນ­ຕີຊ່ວຍວ່າ­ການກະ­ຊວງພະ­ລັງ­ງານ ແລະ ບໍ່ແຮ່ ພ້ອມດ້ວຍບັນ­ດາແຂກ ແລະ ພະ­ນັກ­ງານທີ່ກ່ຽວ­ຂ້ອງເຂົ້າຮ່ວມ.

ທ່ານ ສີສະ­ຫວາດ ທີຣະວົງ ຜູ້­ອຳ­ນວຍ­ການໃຫຍ່ລັດວິສາຫະກິດໄຟ­ຟ້າລາວ ໄດ້ໃຫ້ຮູ້ວ່າ: ການທີ່ເຂື່ອນໄຟ­ຟ້ານ້ຳງື່ມ ໄດ້ຮັບໃບ­ຢັ້ງ­ຢືນ ISO 1400:2004 EMS ເປັນການຢັ້ງ­ຢືນຜົນ­ສຳ­ເລັດທີ່ສຳ­ຄັນໃນການປະ­ກອບ­ສ່ວນເຂົ້າ ການ­ຈັດ­ຕັ້ງປະ­ຕິ­ບັດແນວ­ທາງແຜນຍຸດທະສາດຂອງພັກ ແລະ ລັດເຮົາ ເປັນ­ຕົ້ນແມ່ນແນວ­ທາງ ແລະ ຍຸດທະສາດກ່ຽວກັບການປົກປັກຮັກ­ສາສິ່ງ­ແວ­ດລ້ອມແບບຍືນຍົງ ຜົນ­ສຳ­ເລັດໃນຄັ້ງນີ້ ຈະເປັນການສ້າງຕົວແບບອັນໜຶ່ງ ໂດຍສະ­ເພາະແມ່ນໃນຂະບວນການ­ຈັດ­ຕັ້ງປະ­ຕິ­ບັດແນວ­ທາງຫັນເປັນ ອຸດ­ສາ­ຫະ­ກຳ ແລະ ທັນສະ­ໄໝ ທີ່ຄຳ­ນຶງເຖິງສະ­ພາບແວດລ້ອມເປັນບັນ­ຫາບູລິມະສິດ ຄຽງຄູ່ກັນນັ້ນ ການທີ່ເຂື່ອນດັ່ງ­ກ່າວໄດ້ຮັບໃບ­ຢັ້ງ­ຢືນນີ້ ຈະເປັນການສ້າງສະ­ພາບແວດລ້ອມສຳ­ລັບການດຶງດູດການລົງ­ທຶນໃຫ້ ຂະ­ຫຍາຍ­ຕົວຕື່ມ ໂດຍສະ­ເພາະຈະເປັນການເຮັດໃຫ້ຜູ້ລົງ­ທຶນທັງພາຍໃນ ແລະ ຕ່າງ­ປະ­ເທດ ໃນການເຂົ້າຮ່ວມລົງ­ທຶນເພື່ອພັດ­ທະ­ນາໄຟ­ຟ້າລາວ ມີຄວາມໜັກແໜ້ນຂຶ້ນ ໂດຍອົງ­ການສິ່ງ­ແວ­ດລ້ອມສາ­ກົນໄດ້ໃຫ້­ການຮັບ­ຮອງແກ່ເຂື່ອນໄຟ­ຟ້າ ນ້ຳງື່ມ ຂະບວນການນີ້ແມ່ນໄດ້ດຳ­ເນີນຢູ່ໃນບັນ­ດາປະ­ເທດທົ່ວໂລກ.

ປັດ­ຈຸ­ບັນບັນ­ຫາສິ່ງ­ແວ­ດລ້ອມພວມກາຍ­ເປັນບັນ­ຫາໜຶ່ງທີ່ສຳ­ຄັນອັນ ໜຶ່ງຊຶ່ງບັນ­ດາລັດໃນທົ່ວໂລກ ແລະ ບັນ­ດາອົງການ­ຈັດ­ຕັ້ງສາ­ກົນ ໄດ້ເອົາ­ໃຈ­ໃສ່ເປັນພິ­ເສດ ຍ້ອນວ່າໃນຊຸມປີ­ຜ່ານ­ມາ ການບໍ­ລິ­ຫານສິ່ງ­ແວ­ດລ້ອມການຂຸດຄົ້ນ ແລະ ນຳໃຊ້ຊັບ­ພະ­ຍາ­ກອນທຳມະຊາດ ຢູ່ບັນ­ດາປະ­ເທດທີ່ພັດ­ທະ­ນາແລ້ວ ກໍຄືປະ­ເທດທີ່ກຳ­ລັງພັດ­ທະ­ນາເປັນໄປຢ່າງຟູມເຟືອຍ ຂາດການດັດ­ສົມຢ່າງເປັນລະ­ບົບ ອັນເປັນສາ­ເຫດພາ­ໃຫ້ສິ່ງ­ແວ­ດລ້ອມເກີດຄວາມເຊື່ອມໂຊມ ພາ­ໃຫ້ເກີດການປ່ຽນ­ແປງທາງທຳມະຊາດ ເຊັ່ນ: ມົນລະພາ­ວະອາ­ກາດເປັນພິດ ສະ­ພາບໂລກຮ້ອນ ໄພນ້ຳຖ້ວມ ແຫ້ງ­ແລ້ງ ແຜ່ນ­ດິນໄຫວ ແລະ ອື່ນໆ ຢູ່ໃນແຕ່ລະບໍລະເວນຂອງໂລກຢ່າງຕໍ່ເນື່ອງ.

ຂ່າວຈາກ ໜັງສືພິມວຽງຈັນໃໝ່

Categories: ເສດຖະກິດລາວ | ປ້າຍກຳກັບ | ໃຫ້ຄວາມເຫັນ

​ເລື່ອງ​ນຳ​ທາງ

ສະແດງຄຳຄິດເຫັນ

Create a free website or blog at WordPress.com.